ກອງປະຊຸມຄະນະໜ່ວຍງານຈັດຕັ້ງປະຕິບັດ ໂຄງການສົ່ງເສີມການບໍລິໂພກ ແລະ ຜະລິດແບບຍືນຍົງ ຢູ່ໃນ 05 ປະເທດ ຂອງອາຊີ
1 ປີຜ່ານມາໃນວັນທີ 06 ກຸມພາ 2024 ທີ່ຫ້ອງປະຊຸມໂຮງແຮມລາວພາຊາ, ກົມແຜນການ ແລະ ການເງິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການ GIZ ໄດ້ຈັດກອງປະຊຸມຄະນະໜ່ວຍງານຈັດຕັ້ງປະຕິບັດ ໂຄງການສົ່ງເສີມການບໍລິໂພກ ແລະ ຜະລິດແບບຍືນຍົງ ຢູ່ໃນ 05 ປະເທດ ຂອງອາຊີ ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ, ຄວາມຄືບໜ້າຂອງການດໍາເນີນການສືກສາທ່າແຮງຄວາມເປັນໄປໄດ້ຂອງການສ້າງສະຫຼາກສິ່ງແວດລ້ອມ ຂອງ ສປປລາວ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກໍາຂອງໂຄງການໃນປີ 2024 ແລະ ແຜນກິດຈະກໍາໃນຕໍ່ໜ້າ, ຊື່ງກອງປະຊຸມດັ່ງກ່າວໄດ້ປຶກສາຫລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ສະຫຼາກສີຂຽວ. ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ,ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຊ່ຽວຊານຈາກປະເທດໄທ, ອົງການ GIZ ລາວ ແລະ ອົງການ GIZ ບາງກອກ ປະເທດໄທ.

ໃນວັນທີ 06 ກຸມພາ 2024 ທີ່ຫ້ອງປະຊຸມໂຮງແຮມລາວພາຊາ, ກົມແຜນການ ແລະ ການເງິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການ GIZ ໄດ້ຈັດກອງປະຊຸມຄະນະໜ່ວຍງານຈັດຕັ້ງປະຕິບັດ ໂຄງການສົ່ງເສີມການບໍລິໂພກ ແລະ ຜະລິດແບບຍືນຍົງ ຢູ່ໃນ 05 ປະເທດ ຂອງອາຊີ ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ, ຄວາມຄືບໜ້າຂອງການດໍາເນີນການສືກສາທ່າແຮງຄວາມເປັນໄປໄດ້ຂອງການສ້າງສະຫຼາກສິ່ງແວດລ້ອມ ຂອງ ສປປລາວ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກໍາຂອງໂຄງການໃນປີ 2024 ແລະ ແຜນກິດຈະກໍາໃນຕໍ່ໜ້າ, ຊື່ງກອງປະຊຸມດັ່ງກ່າວໄດ້ປຶກສາຫລື, ແລກປ່ຽນກ່ຽວກັບເອກະສານການປະມູນ ແລະ ສະຫຼາກສີຂຽວ. ມີຜູ້ເຂົ້າຮ່ວມຈາກ ຕາງໜ້າຈາກ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ,ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຊ່ຽວຊານຈາກປະເທດໄທ, ອົງການ GIZ ລາວ ແລະ ອົງການ GIZ ບາງກອກ ປະເທດໄທ.
ວັນທີອອກຂ່າວ: 06-02-2024